UserD Activity PUBG Paradise Tour

-
Par UserD
Online
Règles
:o:️ ກົດການລົງສະໝັກ ແລະ ການແຂ່ງຂັນ
- ຂຽນຂໍ້ມູນຂອງທ່ານ ໃຫ້ຄົບຖ້ວນຕາມແບບຟອມ ແລະ ຖືກຕ້ອງຕາມຄວາມເປັນຈິງ

* ຜູ້ສະໝັກຕ້ອງມີລາຍຊື່ຢູ່ໃນທີມທີມດຽວເທົ່ານັ້ນ ຖ້າໃນກໍລະນີສະໝັກມາ 2 ທີມ ທີມງານຈະເລືອກສະເພາະທີມທີ່ສະໝັກມາລ່າສຸດຂອງຜູ້ຫຼິ້ນຄົນນັ້ນ

- ຊື່ພາຍໃນເກມ ແລະ ຊື່ທີມ ຈະຕ້ອງບໍ່ເຂົ້າຂ່າຍອະນາຈານ ພາດພິງເຖິງສະຖາບັນຫຼືບຸກຄົນອື່ນ

- ຫຼັງຈາກລົງສະໝັກແຂ່ງແລ້ວ ທີມງານຈະແຈ້ງການຢືນຢັນກັບຫົວໜ້າທີມ ຖ້າທີມໃດຢືນຢັນບໍ່ທັນຕາມເວລາ ທີມທີມນັ້ນຈະບໍ່ມີລາຍຊື່ໃນການແຂ່ງຂັນ
- ທີມທີ່ມີລາຍຊື່ລົງແຂ່ງຂັນແລ້ວຈະຕ້ອງລົງແຂ່ງໃຫ້ຄົບທຸກຮອບທີ່ມີລາຍຊື່ລົງແຂ່ງ, ຖ້າຫາກທີມໃດມີລາຍຊື່ແຕ່ບໍ່ລົງແຂ່ງຈຳນວນ 2 ຮອບ ຈະຖືກແບນບໃຫ້ເຂົ້າຮ່ວມການແຂ່ງຂັນຂອງ UserD ໃນຄັ້ງຕໍ່ໄປ

- ຖ້າມີການກະທຳໃດຂອງຜູ້ຫຼິ້ນທີ່ເຮັດໃຫ້ເກີດບັນຫາກັບການແຂ່ງຂັນຈະຖືກຕັດສິດທັນທີ
*ການ Rematch ຈະຂຶ້ນກັບການຕັດສິນໃຈຂອງທີມງານ

- ຖ້າຊື່ຜູ້ຫຼິ້ນບໍ່ກົງກັບຊື່ທີ່ລົງທະບຽນໄວ້ຈະບໍ່ສາມາດເຂົ້າຮ່ວມການແຂ່ງຂັນໄດ້ ຖ້າມີການປ່ຽນແປງລາຍຊື່ຜູ້ຫຼິ້ນຕ້ອງແຈ້ງກັບທີມງານກ່ອນການແຂ່ງຂັນຈະເລີ່ມ 30 ນາທີ

- ໃນແຕ່ລະຮອບຂອງການແຂ່ງຂັນຈຳເປັນຕ້ອງມີຜູ້ຫຼິ້ນຢ່າງໜ້ອຍ 3 ຄົນຈຶ່ງຈະສາມາດເຂົ້າຮ່ວມແຂ່ງຂັນໄດ້
- ການໃຊ້ໂປຣແກຣມຊ່ວຍຫຼິ້ນຕ່າງໆ ຫຼື ການໃຊ້ບັກຕ່າງໆ ເພື່ອໃຫ້ໄດ້ຄວາມໄດ້ປຽບໃນການແຂ່ງຂັນ ຈະຖືກຕັດສິດອອກຈາກການແຂ່ງຂັນທັນທີ ແລະ ທັງທີມຈະຖືກແບນບໍ່ໃຫ້ລົງແຂ່ງຂັນກັບທາງ UserD ອີກ

:o:️ ການກຽມຕົວຊ່ວງເວລາການແຂ່ງຂັນ
- ກະລຸນາກຽມຄວາມພ້ອມກ່ອນການແຂ່ງຂັນ 20 ນາທີ

- ການແຂ່ງຂັນແຕ່ລະຮອບຈະເລີ່ມ ຫຼັງຈາກຫ້ອງຖືກສ້າງເປັນເວລາ 15 ນາທີ ແລະ ຈະເລີ່ມຕາມເວລາທີ່ກຳນົດ ແລະ ຈະບໍ່ມີການລໍຖ້າຜູ້ຫຼິ້ນທີ່ເຂົ້າຫ້ອງຊ້າ

*ທຸກທີມຕ້ອງເຮັດຕາມກົດການແຂ່ງຂັນທີ່ຕັ້ງໄວ້ ຖ້າມີການຜິດກົດ ການຕັດສິນໃຈຂອງທີມງານຖືເປັນທີ່ສິ້ນສຸດ

*ຖ້າມີການປະທ້ວງຕ້ອງມີຫຼັກຖານເປັນຮູບ ຫຼື ວີດີໂອ

*ສະຫງວນສິດໃນການປ່ຽນແປງກະຕິກາ ຫຼື ລາຍລະອຽດຕ່າງໆ ໂດຍບໍ່ຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ
:bangbang:️ ການຕັດສິນຂອງທີມງານຖືເປັນທີ່ສິ້ນສຸດ

*ໃນກໍລະນີທີ່ມີຄະແນນເທົ່າກັນ ທາງທີມງານຈະວັດຈາກຜົນຄະແນນລວມ Rank ແລະ ຖ້າຍັງສະເໝີກັນ ທີມງານຈະວັດຈາກອັນດັບ Rank ເກມລ່າສຸດຂອງທີມທີ່ມີຄະແນນເທົ່າກັນ

**ຮູບແບບການແຂ່ງຂັນອາດຈະມີປ່ຽນແປງ(ເພື່ອຄວາມສົມດຸນ) ແຕ່ຈະປ່ຽນແປງກ່ອນການແຂ່ງຂັນເທົ່ານັ້ນ ຖ້າການແຂ່ງຂັນໄດ້ເລີ່ມໄປແລ້ວ ຮູບແບບການແຂ່ງຂັນຈະຄືເກົ່າ ກະລຸນາຕິດຕາມຂ່າວສານໃນກຸ່ມ
* ການຄິດຄະແນນ Ranking Points
Place Points
1st 10
2nd 6
3rd 5
4th 4
5th 3
6th 2
7th 1
8th 1
9 - 16th 0
* ການຄິດຄະແນນ Kill Points
1 Kill 1 ຄະແນນ