SIT ESPORTS S3 VALORANT

Soutsaka Institute of Technology

-
Par Soutsaka Volunteer Association, Vientiane, Laos
Online, https://maps.app.goo.gl/eE7QepwAuTQnLLAs6
Règles
1 ກົດລະບຽບຜູ້ທີ່ເຂົ້າຮວມການແຂ່ງຂັນ
ນັກສຶກສາທີ່ລົງແຂ່ງຂັນຕ້ອງເປັນນັກສຶກສາຂອງສະຖາບັນ ເຕັກໂນໂລຊີ ສຸດສະກະ ເທົ່ານັ້ນ
- ຕ້ອງສາມາດເຂົ້າຮ່ວມແຂ່ງຂັນຕາມວັນທີ ແລະ ເວລາທີ່ກຳໜົດໄວ້
- ນຳໃຊ້ໂທລະສັບມືຖືຂອງຕົນໃນການແຂ່ງຂັນ
- ຊື່ໃນເກມຂອງນັກແຂ່ງຕ້ອງບໍ່ມີຄວາມໝາຍໃນທາງທີ່ບໍ່ດີ (ບໍ່ວ່າຈະເປັນພາສາລາວ ຫຼື ພາສາຕ່າງປະເທດ)
- ທຸງໃນເກມສາມາດເປັນທຸງໃດກໍ່ໄດ້
- ຕ້ອງເປັນ ID ເກມຂອງຕົນເອງທີ່ໃຊ້ລົງສະໝັກແຂ່ງເທົ່ານັ້ນ, ຫ້າມນຳ ID ຂອງຄົນອື່ນມາໃຊ້ໃນການແຂ່ງເດັດຂາດ
- ນັກສຶກສາທີ່ເຂົ້າຮ່ວມການແຂ່ງຂັນສາມາດໃຊ້ອຸປະກອນຂອງຕົນເອງໄດ້ເຊັ່ນ: Mouse, Keyboard ແລະ ຫູຟັງ
- ຕ້ອງແຕ່ງໂຕສຸພາບ ຫຼື ຊຸດກິດຈະກຳ, ຊຸດທີມແຂ່ງຂັນ, ຊຸດນັກສຶກສາ ໃນມື້ທີ່ມີຕາຕະລາງແຂ່ງຂອງທີມຕົນເອງ
- ນັກສຶກສາທຸກທີມທີ່ລົງທະບຽນການແຂ່ງຂັນ ຈະໄດ້ເສຍຄ່າລົງທະບຽນຈຳນວນ 300,000 ກີບ/ທີມ
- ຖ້າຫາກນັກສຶກສາມາຊ້າໃນການແຂ່ງຂັນຫຼັງຈາກຮອດເວລາເລີ່ມການແຂ່ງຂັນໄປແລ້ວ 15 ນາທີ ຫຼື ມີພຶດຕິກຳທີ່ເປັນການຖ່ວງເວລາ ຄະນະກຳມະການຈະພິຈາລະນາຕັດສິນແພ້ທັນທີ.

2 ຂໍ້ກຳນົດການດຳເດີນເກມ
- ນຳໃຊ້ໂຕເກມ Version ປະຈຸບັນ ຂອງໂຕເກມໃນການແຂ່ງຂັນ
- ຫ້າມນຳໃຊ້ iPad ຫຼື Tablet ໃນການແຂ່ງຂັນໃນທຸກກໍລະນີ
-ໃນໜື່ງເກມສາມາດກົດ Pause (ຢຸດເກມ) ໄດ້ 3 ຄັ້ງ, ໂດຍເວລາລວມກັນບໍ່ເກີນ 20 ນາທີ, ຖ້າການເກມຮອດເວລາທີ່ກຳນົດແມ່ນຈະບໍ່ສາມາດຢຸດເກມໄດ້ອີກຕໍ່ໄປ ນອກຈາກຈະເປັນການຢຸດທາງເທັກນິກ.

3 ການ Re-Match
- ການ Re-Match ສາມາດເກີດຂຶ້ນ ຖ້າຫາກການແຂ່ງຂັນຍັງຢູ່ພາຍໃຕ້ເງື່ອນໄຂໃດໜຶ່ງລຸ່ມນີ້:
- ຍັງບໍ່ທັນມີການ First Blood ເກີດຂຶ້ນ
- ປ້ອມທຳອິດຍັງບໍ່ຖືກທຳລາຍ
- ເວລາໃນເກມຍັງດຳເນີນບໍ່ເກີນ 7 ນາທີ
ນອກຈາກເງື່ອນໄຂຫຼັກຂ້າງເທິງ ທາງກຳມະການຈະພິຈາລະນາເຖິງເງື່ອນໄຂອື່ນໆຕາມສະພາບຄວາມເປັນຈິງ

4 ບັນຫາດ້ານເທັກນິກ
- ເມື່ອອຸປະກອນໃນການແຂ່ງຂັນເກີດມີບັນຫາ, ນັກແຂ່ງຕ້ອງໄດ້ແຈ້ງກຳມະການຜູ້ຮັບຜິດຊອບທັນທີທີ່ເກິດບັນຫາ
- ເມື່ອມີບັນຫາທາງເທັກນິກ ໂດຍເກີດຈາກທາງຝັ່ງທີມງານເທັກນິກ ຫຼື ກຳມະການ, ນັກແຂ່ງຕ້ອງປະຕິບັດຕາມຄຳແນະນຳ ແລະ ໃຫ້ຄວາມຮ່ວມມືແກ່ທີມງານຢ່າງເຖິງທີ່ສຸດ

5 ການໂກງເກມ
- ຖ້າຫາກນັກແຂ່ງຖືກຈັບໄດ້ວ່າກະທຳການໂກງການແຂ່ງຂັນ ແມ່ນທາງຄະນະກຳມະການຜູ້ຈັດການແຂ່ງຂັນຈະພິຈາລະນາການລົງໂທດ ຕາມສະພາບໂຕຈິງ.